ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມມອບໝາຍໜ້າທີ່ ໃນການລົງເກັບກໍາຂໍ້ມູນ
ວຽກງານພະລາທິການຮອບດ້ານປະຈໍາປີ 2023


     ວັນທີ 27 ຕຸລາ 2023 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ 6 ຄະນະທີ່ຖືກແຕ່ງຕັ້ງຈາກ
ກົມໃຫຍ່ພະລາທິການກອງທັບ, ລົງຮາກຖານ ເພື່ອເກັບກໍາຂໍ້ມູນວຽກງານພະລາທິການຮອບດ້ານ ຢູ່ບັນດາກົມກອງກໍາລັງຫຼວງ - ກໍາລັງ
ທ້ອງຖີ່ນ ປະຈໍາປີ 2023 ແລະ ປັບປຸງຂໍ້ກໍານົດວຽກງານພະລາທິການກອງທັບປະຊາຊົນລາວ ສະບັບ ປີ 2014 ຂື້ນ, ໂດຍພາຍໃຕ້ການ
ເປັນປະທານ ຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາກະຊວງປ້ອງກັນປະເທດ, ມີ ຄະນະນໍາກົມ, ຫ້ອງການ,
ຄະນະຮັບຜິດຊອບ ແລະ ພະນັກງານ, ວິຊາການທີ່ຖືກແຕ່ງຕັ້ງວຽກງານດັ່ງກ່າວເຂົ້າຮ່ວມ.

     ອີງຕາມ ການປັບປຸງແບບແຜນວິທີເຮັດວຽກຂອງແຕ່ລະຂັ້ນໃຫ້ເຂົ້າສູ່ລະບົບ, ມີປະສິດທິຜົນສູງ ແລະ ສາມາດດໍາເນີນວຽກງານວິ
ຊາສະເພາະໄປຢ່າງຄ່ອງຕົວໃນແຕ່ລະໄລຍະ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ອີງຕາມທິດ
ຊີ້ນຳຂອງກະຊວງປ້ອງກັນປະເທດ ມອບໃຫ້ກົມໃຫຍ່ພະລາທິການກອງທັບແຕ່ງຕັ້ງຄະນະຮັບຜິດຊອບ ແລະ ວິຊາການລົງຮາກຖານເພື່ອ
ກວດກາ, ຊຸກຍູ້ການກິນດື່ມຢູ່ກົມກອງທະຫານໃຫ້ແທດເຖິງຕົວຈິງໃນສະພາບເສດຖະກິດ-ການເງິນຂອງຊາດພົບຄວາມຫຍຸ້ງຍາກ ແລະ
ທັງເປັນການຕິດຕາມກວດກາຄືນບັນດາແຜນວຽກ, ແຜນງານທີ່ຂັ້ນເທິງວາງອອກປະຈຳປີ 2023, ກະຕຸກຊຸກຍູ້, ສົ່ງເສີມບັນດາວຽກງານ
ທີ່ຕັ້ງໜ້າ ແລະ ຊອກໃຫ້ເຫັນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ, ມີວິທີການແກ້ໄຂໃຫ້ຖືກຕ້ອງທັນເວລາ.

     ໂອກາດນີ້, ສະຫາຍພົນຕີ ຄໍາເພັດ ສີຊານົນ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ທິດເຍືອງທາງຕໍ່ຄະນະຮັບຜິດຊອບວຽກງານດັ່ງກ່າວ, ທີ່
ຈະລົງເກັບກໍາຂໍ້ມູນວຽກງານພະລາທິການຮອບດ້ານ ຢູ່ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖີີ່ນທົ່ວກອງທັບ ປະຈໍາປີ 2023 ໃນຄັ້ງນີ້,
ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນການເກັບກໍາເອົາຂໍ້ມູນວຽກງານຮັບປະກັນພະລາທິການກອງທັບ ໃຫ້ມີຄວາມລະອຽດ,
ຊັດເຈນ ແລະ ກຳໃຫ້ໄດ້ໃນດ້ານຕັ້ງໜ້າ, ສົ່ງເສີມ ແລະ ດັດແປງແກ້ໄຂສິ່ງຫຍໍ້ທໍ້ໃນແຕ່ລະຂົງເຂດວຽກງານ ວິຊາສະເພາະພະລາທິການ
ດ້ານຕ່າງໆ ໃຫ້ໝົດໄປ ແລະ ນໍາເອົາວຽກງານດັ່ງກ່າວມາສະຫຼຸບ, ສັງລວມແຕ່ລະບັນຫາໜ້າວຽກ ເພື່ອລາຍງານໃຫ້ຂັ້ນເທິງໄດ້ຮັບຊາບ
ແລະ ນໍາເອົາວຽກງານດັ່ງກ່າວໄປຈັດຕັ້ງປະຕິບັດຂັ້ນຕໍ່ໄປໃຫ້ເກີດຜົນເປັນຈິງ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 31/10/2023